วันอาทิตย์ที่ 25 พฤษภาคม พ.ศ. 2557

0

Create wordpress blog

  • วันอาทิตย์ที่ 25 พฤษภาคม พ.ศ. 2557
  • Xangnoy SP
  • Share
  • Create wordpress blog

    ການສ້າງ blog ນັ້ນ, ມີຫຼາກຫຼາຍ Website ທີ່ໃຫ້ບໍລິການສ້າງ blog ຟຣີ ບໍ່ວ່າຈະເປັນ ການສ້າງ blog ຟຣີ ຈາກ blogger, Webly, Yola, wix, ແລະ ອື່ນອີກຢ່າງຫຼວງຫຼາຍຈາກຜູ້ໃຫ້ບໍລິການ ຟຣີ ແຕ່ວັນນີ້ ຂ້າພະເຈົ້າຈະມາແນະນຳການສ້າງ blog ຈາກ WordPress ເຊິ່ງເປັນທີ່ນິຍົມ ສ້າງກັນ, ກ່ອນອື່ນໝົດໃຫ້ທ່ານເຂົ້າໄປທີ່ www.WordPress.com.

    ໃນສ່ວນຂອງການສະໝັກສະມາຊິກໄປທີ່ Sign up and start publishing now ຄຣິກ ທີ່ Get Started





    ເປັນການ Sign up (ສະໝັກສະມາຊິກ)

    ເຊິ່ງຈະຕ້ອງປະກອບຂໍ້ມູນຕາມແບບຟອມ ທີ່ທາງ wordpress.com ກຳນົດ ກໍ່ປະກອບໄປດ້ວຍຂໍ້ມູນທົ່ວໄປດັ່ງລຸ່ມນີ້:

    email address: ໃຊ້ເພື່ອຢື່ນຢັນຕົວຕົນຂອງເຮົາ ແລະ activate your account ເມື່ອກົດປຸ່ມສະໝັກສະມາຊິກດ້ານລຸ່ມ ລະບົບກໍ່ຈະສົ່ງ Link ໄປຍັງ ທີ່ຢູ່ email ນີ້ ຫຼັງຈາກນັ້ນທ່ານກໍ່ ຕ້ອງເຂົ້າໄປຍັງທີ່ຢູ່ email ນີ້ ເພື່ອກົດ Link ທີ່ທາງ WordPress.com ເພື່ອຢື່ນຢັນຕົວຕົນ ແລະ ctivate your account. ໝາຍເຫດ (ຖ້າຫາກທ່ານຍັງ ບໍ່ທັນມີ email ທ່ານຕ້ອງໄປສະໝັກ ເປີດ free email ຕາມWebsite ທີ່ໃຫ້ບໍລິການ ຕົວຢ່າງເຊັ່ນ: gmail ຈາກ google.com, Yahoo ຈາກ Yahoo.com, Hotmail ຈາກ Live.com).

    Username: ເປັນຊື່ ຫຼື ຕົວແທ່ນເຮົາ ເອົາໄວ້ Login ເຂົ້າລະບົບ ແລະ Dashboard ຫຼື Admin Panel ເຊິ່ງຈະຕ້ອງປະກອບໄປດ້ວຍ: characters and can only include lowercase letters and numbers.

    Password: ເປັນການສ້າງລະຫັດ ເອົາໄວ້ Login ເຂົ້າລະບົບ ກໍ່ຕ້ອງປະກອບໄປດ້ວຍ: use upper and lower case characters, numbers, and symbols

    Blog Address: ເປັນຊ່ອງ ທີ່ເອົາໄວ້ ໃຫ້ທ່ານຕັ້ງຊື່ Blog ນັ້ນເອງ, ໃນສ່ວນນີ້ ທ່ານຍັງສາມາດປ່ຽນຊື້່ Blog ຂອງທ່ານໃນພາຍຫຼັງໄດ້.


    Create wordpress blog

    0 Responses to “Create wordpress blog”

    แสดงความคิดเห็น

    Subscribe